ມຸສລິມ ຄວນກ່າວວ່າ, “ໃນອິສລາມທີ່ແທ້ຈິງ, ແມ່ນບໍ່ມີການກໍ່ການຮ້າຍ”
ປັດຈຸບັນ, ພວກເຮົາສາມາດເວົ້າໄດ້ວ່າ ຫລາຍໆຄົນຍັງບໍ່ຮູ້ຈັກອິສລາມ. ມຸສລິມຄວນກ່າວວ່າ, “ໃນອິສລາມທີ່ແທ້ຈິງ, ແມ່ນບໍ່ມີການກໍ່ການຮ້າຍ”. ໃນອິສລາມ, ການຂ້າຄົນເປັນການກະທຳທີ່ຮ້າຍແຮງ ເທົ່າກັບ ການ ບໍ່ເຊື່ອຖືໃນສາສະຫນາ. ບໍ່ມີບຸກຄົນໃດຂ້າບຸກຄົນອື່ນ. ບໍ່ມີບຸກຄົນໃດສາມາດແຕະຕ້ອງ ທຳຮ້າຍຜູ້ບໍລິສຸດ, ເຖິງ ແມ່ນ ວ່າ ໃນເວລາເກີດສົງຄາມກໍ່ຕາມ. ບໍ່ມີບຸກຄົນໃດສາມາດຕັດສິນໂທດ (ການລົງໂທດຕາມກົດຫມາຍຂອງ ອິສລາມ) ຕໍ່ ກັບສິ່ງນີ້. ບໍ່ມີຜູ້ໃດສາມາດເປັນຜູ້ລະເບີດຂ້າຕົວຕາຍ. ບໍ່ມີໃຜສາມາດແລ່ນເຂົ້າໄປໃນຝູງຊົນ ດ້ວຍລະເບີດມັດຕິດໃສ່ ຕົນເອງ. ບໍ່ວ່າ ຈະແມ່ນສາສະຫນາໃດ, ນີ້ເປັນສິ່ງທີ່ສາສະຫນາບໍ່ອະນຸຍາດ. ເຖິງແມ່ນວ່າໃນເວລາສົງຄາມ – ເຊິ່ງເປັນ ເວລາທີ່ຍາກຈະຮັກສາຄວາມດຸ່ນດ່ຽງ – ຢ່າງໃດກໍ່ຕາມ ນີ້ເປັນສິ່ງທີ່ອິສລາມ ບໍ່ອະນຸຍາດ. ອິສລາມກ່າວວ່າ; “ຢ່າແຕະຕ້ອງ ເດັກນ້ອຍ ຫຼື ຄົນທີ່ກຳລັງສັກກະລະບູຊາຢູ່ໂບດຕ່າງໆ”. ນີ້ເປັນສິ່ງທີ່ບໍ່ໄດ້ກ່າວພຽງເທື່ອດຽວເທົ່ານັ້ນ, ແຕ່ຍັງຖືກຢ້ຳຄືນ ຊ້ຳໄປຊ້ຳມາ ໃນປະຫວັດສາດ. ສິ່ງທີ່ພະອາຈານ, ທູດສະຫວັນ ມູຮາມັດ, ກ່າວ, ສິ່ງທີ່ ອາບູ ບາຣ ກ່າວ, ແລະ ສິ່ງທີ່ “ອູມາ ກ່າວແມ່ນ ຄືກັນກັບ, ສິ່ງທີ່ຕໍ່ມາໃນປັດຈຸບັນ, ຊາລາຮາດິນ ອຸຍຢູບີ, ເອລປາຣລານ ແລະ ກີລິຄາສລານ ກ່າວ. ຕໍ່ມາ, ຊູລະຕານ ເມ ເມດທີ II, ຜູ້ມີໄຊຊະນະ, ກໍຍັງກ່າວໄວ້ເຊັ່ນກັນ. ດັ່ງນັ້ນ, ນະຄອນ ຄອນສແຕນຕິໂນໂພ, ເຊິ່ງມີສະໄຫມການປົກຄອງ ທີ່ສັບສົນວຸ້ນວາຍ, ກາຍເປັນ ນະຄອນອິສຕັນບູລ. ໃນເມືອງນີ້, ຊາວເກຣັກ ບໍ່ທຳຮ້າຍ ຊາວ ອາເມລິກາ, ແລະ ຊາວອາເມ ລິກາ ບໍ່ທຳຮ້າຍ ຊາວເກຣັກ. ແລະ ຊາວມຸສລິມບໍ່ທຳຮ້າຍຄົນອື່ນ. ບໍ່ດົນ ພາຍຫຼັງ ໄຊຊະ ນະຢູ່ ຄອນສະແຕນຄິໂນໂປ, ຄົນໃນເມືອງມີຄວາມຫວັງອັນຍິ່ງໃຫຍ່ກ່ຽວກັບໄຊຊະນະ ເທິງກຳແພງບ່ອນຂອງກ້ອງ ໂຖງພະລາຊາວັງ. ຫນ້າງຶດງໍ້ທີ່ ການ ປະພືດດັ່ງກ່າວຖືກສະແດງໃນເວລານັ້ນ. ຕໍ່ມາ, ປະຫວັດສາດກ່າວວ່າ ຊູລະຕານ ໄດ້ເອີ້ນ ຫົວຫນ້າຕະກຸນ ແລະ ມອບກະ ແຈໃຫ້ເພິ່ນເຂົ້າໄປໃນເມືອງ. ມາຮອດປັດຈຸບັນ, ໃນສະຖານທີ່ຫ້ອງໂຖງ ພະ ລາຊາຍັງລະນຶກເຖິງເພິ່ນດ້ວຍຄວາມນັບຖື. ແຕ່ ປັດຈຸບັນ, ບໍ່ມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບ ອິສລາມ, ລວມທັງ ສິ່ງອື່ນໆ. ອິສລາມຍາມໃດກໍ່ນັບຖືຄວາມຄິດ ທີ່ ແຕກຕ່າງ ແລະ ສິ່ງນີ້ຕ້ອງເຂົ້່າໃຈຢ່າງຖືກຕ້ອງ.
ຂ້າພະເຈົ້າເສຍໃຈທີ່ຈະຕ້ອງເວົ້າວ່າ ໃນບັນດາປະເທດທີ່ມີມຸສລິມ, ຜູ້ນຳສາສະຫນາ ແລະ ຊາວມຸສລິມທີ່ບໍ່ເຄັ່ງຄັດບາງຄົນ ບໍ່ມີ ອາວຸດອື່ນທີ່ຈະມອບໃຫ້ນອກຈາກການຕີຄວາມຫມາຍພື້ນຖານຂອງອິສລາມ; ພວກເຂົາໃຊ້ເພື່ອຊຸກຍູ້ຜູ້ຄົນໃນການຕໍ່ສູ້ ເພື່ອຮັບໃຊ້ຈຸດປະສົງຂອງຕົນເອງ. ຄວາມຈິງແລ້ວ, ສາສະຫນາອິສລາມແມ່ນຄວາມເຊື່ອທີ່ແທ້ຈິງ, ແລະ ຄວນຢູ່ດ້ວຍ ຄວາມຈິງ. ໃນວິທີທີ່ຈະຮັກສາຄວາມເຊື່ອທີ່ບໍ່ເຄີຍນຳໃຊ້ວິທີການທີ່ບໍ່ແມ່ນຄວາມຈິງ. ໃນອິສລາມ, ພຽງແຕ່ເພື່ອໃຫ້ ເຫດຜົນແກ່ເປົ້າຫມາຍ, ຈະຕ້ອງເຮັດທຸກວິທີທາງເພື່ອບັນລຸເປົ້າຫມາຍນັ້ນ. ຈາກທັດສະນະນີ້, ຄົນຜູ້ຫນຶ່ງແມ່ນບໍ່ສາມາດ ບັນລຸເຖິງ ສະຫວັນໄດ້ດ້ວຍການຂ້າຜູ້ອື່ນ.” ຊາວມຸສລິມ ບໍ່ສາມາດເວົ້າວ່າ “ຂ້ອຍຈະຂ້າຄົນ ແລ້ວຂ້ອຍຈະໄປສະຫວັນ”. ພະເຈົ້າບໍ່ອະນຸຍາດການການຂ້າຄົນ. ຫນຶ່ງໃນເປົ້າຫມາຍທີ່ສຳຄັນທີ່ສຸດຂອງ ຊາວມຸສລິມ ແມ່ນການທີ່ໄດ້ຮັບການຍອມຮັບຈາກພະເຈົ້າ, ເປັນອີກສິ່ງຫນຶ່ງທີ່ເຮັດໃຫ້ຊື່ຂອງພະເຈົ້າທີ່ຊົງອຳນາດຖືກຮູ້ຈັກໃນ ທົ່ວໂລກ.
ບັນດາຫຼັກການຂອງອິສລາມ ແມ່ນຈະແຈ້ງ. ບັນດາບຸກຄົນບໍ່ສາມາດປະກາດສົງຄາມ. ກຸ່ມຄົນ ຫຼື ອົງການຈັດຕັ້ງຫນຶ່ງ ບໍ່ສາມາດປະກາດສົງຄາມ. ສົງຄາມແມ່ນປະກາດໂດຍລັດຖະບານ. ບໍ່ສາມາດປະກາດສົງຄາມໄດ້ໂດຍບໍ່ມີປະທານ ຫຼື ກອງທັບເຊິ່ງບອກກ່ອນວ່າມີສົງຄາມ. ຖ້າບໍ່ດັ່ງນັ້ນ, ແມ່ນການກະທຳກໍ່ການຮ້າຍ. ໃນກໍລະນີສົງຄາມເກີດຂຶ້ນອ້ອມຮອບ ຕົວຂອງຄົນຜູ້ຫນຶ່ງ, ຈົ່ງໃຫ້ອະໄພພາສາຄຳເວົ້າຂອງຂ້າພະເຈົ້າ, ຄົນຮ້າຍບາງຄົນ. ອີກບຸກຄົນອື່ນເຕົ້າໂຮມກັບບຸກຄົນອື່ນ ອ້ອມຮອບຕົວຂອງລາວ. ຖ້າຫາກບຸກຄົນໄດ້ຮັບອະນຸຍາດໃຫ້ປະກາດສົງຄາມ ແນ່ນອນວ່າຄວາມສັບສົນວຸ້ນວາຍ ຈະ ຄອບຄອງ; ຍ້ອນຄວາມແຕກຕ່າງເລັກຫນ້ອຍສາມາດກາຍເປັນແນວທາງລະຫວ່າງບຸກຄົນທີ່ມີຄວາມຄິດຄືດັ່ງກ່າວ. ບາງຄົນ ອາດກ່າວວ່າ, “ຂ້າພະເຈົ້າປະກາດສົງຄາມຕໍ່ສິ່ງດັ່ງກ່າວ ແລະ ບຸກຄົນດັ່ງກ່າວ”. ບຸກຄົນທີ່ປອງດອງກັບ ສາສະຫນາຄຣິສ ຕຽນ ອາດຖືກກ່າວຫາວ່າ, “ບຸກຄົນນີ້, ແລະ ຮ່ວມກັບຍຸກຄົນອື່ນ, ຊ່ວຍເຫຼືອສາສະຫນາຄຣິສຕຽນ ແລະ ເຮັດໃຫ້ ສາສະຫນາອິສລາມ ອ່ອນແອ. ຄວາມປະກາດສົງຄາມຕໍ່ບຸກຄົນດັ່ງກ່າວ ແລະ ລາວຄວນຖືກຂ້າ”. ຜົນແມ່ນເຮັດໃຫ້ເກີດ ການປະກາດສົງຄາມ. ໂຊກດີ, ທີ່ການປະກາດສົງຄາມບໍ່ແມ່ນເລື່ອງງ່າຍ. ຖ້າຫາກລັດຖະບານບໍ່ເຫັນດີ, ບໍ່ມີໃຜສາມາດ ຊັກຈູງໃຫ້ເກີດສົງຄາມໄດ້. ບໍ່ວ່າໃຜກໍ່ຕາມທີ່ປະກາດສົງຄາມ, ເຖິງແມ່ນວ່າຈະເປັນປັນຍາຊົນທີ່ຂ້າພະເຈົ້າ ຊື່ນຊົມ, ກໍ່ ບໍ່ສາມາດສ້າງສົງຄາມທີ່ແທ້ຈິງໄດ້; ຍ້ອນສິ່ງນີ້ຂັດກັບເນຶ້ອໃນຈິດໃຈຂອງສາສະຫນາອິສລາມ. ຫຼັກການຂອງສັນຕິພາບ ແລະ ສົງຄາມໃນສາສະຫນາອິສລາມທີ່ໄດ້ກ່າວໄວ້ຢ່າງຈະແຈ້ງ.
ໂລກອີສລາມ,ທີ່ແທ້ຈິງ,ແມ່ນບໍ່ມີ
ຕາມຄວາມຄິດຂອງຂ້າພະເຈົ້າ, ໂລກຂອງອິສລາມບໍ່ມີຢູ່ແທ້. ມີຫຼາຍສະຖານທີ່ໆຊາວມຸສລິມ ອາໄສຢູ່. ເຊິ່ງມີຊາວ ມຸສລິມ ຫຼາຍກວ່າບາງບ່ອນ ແລະ ບາງບ່ອນກໍ່ມີຫນ້ອຍ. ອິສລາມກາຍເປັນວິຖິການດຳລົງຊີວິດ, ວັດທະນະທຳ; ມັນບໍ່ແມ່ນ ການປະຕິບັດຕາມຄວາມເຊື່ອ. ມີຊາວມຸສລິມທີ່ສ້າງຄືນໃຫມ່ ສາສະຫນາອິສລາມຕາມຄວາມຄິດ ຂອງພວກເຂົາເອງ. ຂ້າພະເຈົ້າ ບໍ່ກ່າວເຖິງ ມຸສລິມຫົວຮຸນແຮງ, ຕາມເຊຶ້ອຊາດ, ແຕ່ຫມາຍເຖິງຊາວມຸສລິມທຳມະດາທົ່ວໄປທີ່ໃນສາສະຫນາ ອິສລາມ ຕາມຄວາມເຫມາະສົມກັບຕົນເອງ. ເງື່ອນໄຂເບຶ້ອງຕົ້ນຂອງສາສະຫນາອິສລາມແມ່ນ ບຸກຄົນນັ້ນ ຕ້ອງເຊື່ອ “ຢ່າງແທ້ຈິງ”, ແລະ ຢູ່ຢ່າງຖືກຕ້ອງ; ມຸສລິມຈະຕ້ອງຮັບເອົາບັນດາຄວາມຮັບຜິດຊອບທີ່ຖ່າຍທອດສົ່ງຕໍ່ ໃນອິສລາມ. ບໍ່ສາມາດເວົ້າໄດ້ວ່າຊຸມຊົນນັ້ນທີ່ມີແນວຄິດ ແລະ ປັດຊະຍາຄືແນວນີ້ຍັງມີຢູ່ຕາມພູມສັນຖານ ຫຼື ທີ່ຕັ້ງ ຂອງອິສລາມ. ຖ້າຫາກພວກເຮົາເວົ້າວ່າ ມັນຍັງມີຢູ່, ກໍ່ຫມາຍເຖິງພວກເຮົາກຳລັງໃສ່ຮ້າຍປ້າຍສີ ສາສະຫນາອິສລາມ. ຂ້າພະເຈົ້າບໍ່ຄິດວ່າ ມຸສລິມຈະສາມາດປະກອບສ່ວນຫຼາຍຄືແນວນັ້ນ ຕໍ່ຄວາມທຸ່ນທ່ຽງຂອງໂລກໃນອານາຄົດອັນໃກ້. ຂ້າພະເຈົ້າບໍ່ເຫັນ ຜູ້ ປົກຄອງບໍລິຫານຂອງພວກເຮົາມີທັດສະນະຄືແນວນີ້. ໂລກອິສລາມຄ້ອງຂ້າງປ່ອຍວາງ,ເຖິງແມ່ນວ່າ ຈະມີການສ່ອງແສງທີ່ ວັດແທກໄດ້ທີ່ເຂົ້າມາມີບົດບາດໃນປັດຈຸບັນ. ພວກເຮົາສາມາດສັງເກດການປາກົດການນີ້ໃນ ໄລຍະເດີນທາງໄປນະມັດ ສະການ (hajj). ພວກເຮົາ ສາມາດສິ່ງເຫຼົ່ານີ້ສະແດງອອກໃນລະຫວ່າງກອງປະຊຸມຕ່າງໆ ແລະ ຄະນະກຳມະການ. ພວກທ່ານ ສາມາດເຫັນໄດ້ໃນ ບັນດາສະພາຂອງພວກເຂົາຜ່ານທາງໂທລະພາບ. ເກີດມີຄວາມບໍ່ເທົ່າທຽມກັນຢ່າງຮ້າຍແຮງ ໃນບັນຫາດັ່ງກ່າວ. ພວກເຂົາ – ກໍ່ຄື ຊາວມຸສລິມເຫຼົ່ານີ້ – ບໍ່ສາມາດແກ້ໄຂບັນຫາໃນໂລກ. ບາງເທື່ອອາດສາມາດບັນລຸ ໄດ້ໃນອານາຄົດ.
ປັດຈຸບັນ, ເກີດມີອິສລາມຂອງບຸກຄົນ. ມີຊາວມຸສລິມບາງຄົນຢູ່ສະຖານທີ່ຕ່າງໆໃນໂລກ. ພວກເຂົາລ້ວນແຕ່ແຍກຕົນ ເອງອອກຈາກຜູ້ອື່ນ, ເທື່ອລະຄົນ. ໂດຍສ່ວນຕົວແລ້ວ ຂ້າພະເຈົ້າບໍ່ເຫັນວ່າມີຜູ້ໃດເປັນມຸສລິມທີ່ສົມບູນແບບ. ຖ້າຫາກ ມຸສລິມບໍ່ສາມາດປະສານສົມທົບກັນກັບຜູ້ອື່ນ ແລະ ສ້າງຄວາມເອກະພາບກັນ, ເພື່ອເຮັດວຽກຮ່ວມກັນແກ້ໄຂບັນຫາ ລວມ, ເພື່ອເສື່ອມໂຍງກັບໂລກ, ເພື່ອເຂົ້າໃຈຢ່າງເລິກເຊິ່ງ, ເພື່ອພິຈາລະນາໂລກຢ່າງລະອຽດຖິ່ຖ້ວນ ອີງຕາມ Qur’an, ເພື່ອກ້າວສູ່ອານາຄົດ, ເພື່ອສ້າງບັນດາໂຄງການໃຫ້ແກ່ ອານາຄົດ, ເພື່ອກຳນົດສະຖານທີ່ໃນອານາຄົດ, ຂ້າ ພະເຈົ້າຄິດວ່າ ຖ້າບໍ່ເຮັດແນວນັ້ນແມ່ນ ພວກເຮົາຈະບໍ່ສາມາດເວົ້າກ່ຽວກັບໂລກ ອິສລາມໄດ້. ເນື່ອງຈາກ ບໍ່ມີໂລກອິສລາມ, ທຸກຄົນຈະ ປະຕິບັດຕົນຕາມລຳພັງ. ພວກເຮົາອາດສາມາດເວົ້າໄດ້ວ່າມີຊາວມຸສລິມບາງຄົນ ທີ່ມີຄວາມຈິງ ສ່ວນຕົວເປັນຂອງຕົນເອງ. ສິ່ງນັ້ນບໍ່ສາມາດເອີ້ນໄດ້ວ່າ ມີຄວາມເຂົ້າໃຈຕໍ່ອິສລາມ ຕາມການເຫັນດີ, ຮັບຮອງຂອງ ປັນຍາຊົນທີ່ມີຄຸນວຸດທິ ທີ່ ສາມາດເຊື່ອຖືໄດ້ອີງຕາມ Qur’an, ແລະ ຜ່ານການທົດສອບຊ້ຳແລ້ວຊ້ຳອີກ. ອາດສາມາດ ເວົ້າໄດ້ວ່າ ວັດທະນະທຳຂອງ ມຸສລິມແມ່ນມີອຳນາດເຫນືອກວ່າ, ວັດທະນະທຳຂອງ ອິສລາມ.
ນີ້ຖືເປັນສະຕະວັດທີຫ້າແລ້ວ AH (ສະຕະວັດທີສິບເອັດຂອງ AD). ເລີ່ມຈາກຍຸກສະໄຫມ ອັບບາຊິດ (Abbasid) ແລະ ການປາກົດຕົວຂອງ ເຊຈັກສ໌ (Seljuks). ສິ່ງນີ້ໄດ້ເພີ່ມຂຶ້ນພາຍຫຼັງໄຊຊະນະຢູ່ ນະຄອນ ອິສຕັນບູລ. ໃນບັນດາ ໄລຍະຕໍ່ມາ, ປະຕູສິ່ການຮັບເອົາສິ່ງໃຫມ່ໄດ້ຖືກປິດລົງ. ກອບຄວາມຄິດເລີ່ມແຄບລົງ. ລົມຫາຍໃຈໃນຈູດວິນຍານຂອງ ອິສລາມ ແຄບລົງ. ບັນດາຄົນໄຮ້ມະນຸດສະທຳເກີດຫຼາຍຂຶ້ນໃນໂລກ ອິສລາມ; ຄົນທີ່ເຄີຍຊາບຊຶ້ງ, ຄົນທີ່ບໍ່ສາມາດ ຍອມຮັບຜູ້ອື່ນ, ຄົນທີ່ບໍ່ສາມາດເປີດຕົນເອງຕໍ່ຜູ້ອື່ນ. ການປິດກັ້ນຮັດແຄບນີ້ ມີຢູ່ໃນການປະຊຸມຂອງພະໃນສາສະຫນາ ອິສລາມເຊັ່ນກັນ. ມີຄົນກ່າວວ່າມັນເຄີຍເກີດຂຶ້ນໃນ ມາດຣາຊັສ (madrasas) (ໂຮງຮຽນທິດສະດີແຫ່ງຫນຶ່ງ). ແລະ ແນ່ນອນ, ບັນດາຂໍ້ບັນຍັດ ແລະ ຄຳອະທິບາຍເຫຼົ່ານີ້ ຕ້ອງໄດ້ຮັບການທົບທວນຄືນ ແລະ ປັບປຸງໂດຍບຸກຄົນທີ່ບຸກເບີກ ໃນຂະແຫນງການຕ່າງໆ.
ເຄືອຄ່າຍ ເອລເຄດ້າ
ຫນຶ່ງໃນກຸ່ມຄົນທີ່ຂ້າພະເຈົ້າຊັງທີ່ສຸດໃນໂລກແມ່ນ [ໂອຊາມາ] ບິນລາເດນ, ຍ້ອນລາວໄດ້ເຮັດໃຫ້ໃບຫນ້າທີ່ສົດໃສ ຂອງອິສລາມ ມີມົນທິນ. ລາວໄດ້ສ້າງຮູບພາບທີ່ເປຶ້ອນເປິະ. ເຖິງແມ່ນວ່າ ພວກເຮົາຈະພະຍາຍາມຢ່າງດີທີ່ສຸດໃນ ການປົວແປງຄວາມເສຍຫາຍທີ່ຮ້າຍແຮງ, ແຕ່ນັ້ນຕ້ອງໃຊ້ເວລາຫູາຍປີເພື່ອປົວແປງ.
ພວກເຮົາກ່າວເຖິງການກະທຳທີ່ຜິດພ້ຽນໃນທຸກໆບ່ອນ ເຊິ່ງມີຫຼາຍຮູບແບບ. ພວກເຮົາຂຽນປຶ້ມກ່ຽວກັບເລື່ອງນີ້. ພວກ ເຮົາເວົ້າວ່າ, “ນີ້້ບໍ່ແມ່ນອິສລາມ” ບິນລາເດນໄດ້ປ່ຽນສັນຍາລັກຂອງອິສລາມ ດ້ວຍຄວາມຮູ້ສຶກ ແລະ ຄວາມປາຖະຫນາ ຂອງຕົນເອງ. ລາວແມ່ນຜີສາດຮ້າຍ, ລວມທັງບັນດາຄົນທີ່ສະຫນັບສະຫນູນລາວ. ຖ້າຫາກມີບຸກຄົນອື່ນທີ່ຮ້າຍຄືກັນກັບ ພວກເຂົາຢູ່ບ່ອນໃດກໍ່ຕາມ, ພວກເຂົາກໍ່ບໍ່ຕ່າງຫຍັງ, ກັບຜີສາດຮ້າຍ.
ພວກເຮົາປະນາມທ່າທີນີ້ຂອງບິນລາເດນ. ຢ່າງໃດກໍ່ຕາມ, ວິທີທາງດຽວເທົ່ານັ້ນທີ່ຈະປ້ອງກັນພຶດຕິກຳປະເພດນີ້ ແມ່ນ ຊາວມຸສລິມທີ່ອາໄສຢູ່ ບັນດາປະເທດທີ່ອາດຈະເປັນອີສລາມ – ແລະ ຄືດັ່ງຂ້າພະເຈົ້າ ກ່າວໄວ້ກ່ອນຫນ້ານີ້ວ່າ ຂ້າພະເຈົ້າ ບໍ່ຮັບຮູ້ໂລກອິສລາມ, ມີພຽງບາງປະເທດທີ່ມຸສລິມອາໄສຢູ່ເທົ່ານັ້ນ – ຈະແກ້ໄຂບັນຫາຂອງພວກເຂົາເອງ.
ພວກເຂົາຄວນຈະຄິດໃນວິທີການທີ່ແຕກຕ່າງຫຼືບໍ່ໃນເວລາເລືອກເອົາຜູ້ນຳຂອງຕົນ? ຫຼື ພວກເຂົາຄວນຈະປະຕິບັດຕາມ ການປະຕິຮູບພື້ນຖານ? ເພື່ອການເຕີບໃຫຍ່ຂະຫຍາຍຕົວຂອງຄົນຮຸ່ນໃຫມ່ທີ່ດີກວ່າ, ຊາວມຸສລິມຈະຕ້ອງແກ້ໄຂບັນຫາ ຂອງພວກເຂົາເອງ. ບໍ່ສະເພາະແຕ່ບັນຫາຂອງພວກເຂົາກ່ຽວກັບການກໍ່ການຮ້າຍເທົ່ານັ້ນ, ແຕ່ຍັງເປັນເຄື່ອງມືທີ່ບໍ່ໄດ້ຮັບ ການອະນຸຍາດຈາກພະເຈົ້າ, ແລະ ຍັງກ່ຽວຂ້ອງກັບບັນຫາຢາເສບຕິດ ແລະ ການນຳໃຊ້ຢາສູບ, ເຊິ່ງເປັນສອງຂໍ້ຫ້າມ ຈາກ ພະເຈົ້າ. ມິຕິ, ຄວາມສັບສົນວຸ້ນວາຍໃນສັງຄົມ, ຄວາມທຸກຍາກທີ່ບໍ່ມີວັນຈົບສິ້ນ, ການຖືກຫລຸດຄຸນຄ່າຈາກຖືກປົກຄອງ ໂດຍຜູ້ອື່ນ, ການຖືກປະນາມພາຍຫຼັງ ທີ່ຕ້ອງອົດທົນກັບລັດຖະບານທີ່ມີອຳນາດຂອງຕ່າງຊາດ ລ້ວນແລ້ວແຕ່ເປັນບັນຫາ ທີ່ ຈະຕ້ອງຖືກແກ້ໄຂ.
ເມເມດ ອາກິດ ເອີຊອຍ ກ່າວວ່າ: “ການເປັນຂ້າທາດ, ເປັນບັນຫາທີ່ຫຼາກຫູາຍ, ເສບຕິດ, ການຍອມຮັບໃນສິ່ງທີ່ອອກ ມາຈາກນິດໄສ, ແລະ ການດູມິ່ນເຍີ້ຍຍັນແມ່ນເປັນສິ່ງລວມຂອງຫມົດທຸກຄົນ”. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການອຸທິດຕົນ ຕໍ່ພະເຈົ້າ, ແລະ ທຸກສິ່ງເຫຼົ່ານີ້ຖືກກຳນົດໄວ້ໃນເບື້ອງຕົ້ນເທິງປະເທດຂອງພວກເຮົາ. ການເອົາຊະນະສິ່ງເຫຼົ່ານີ້, ຕາມຄວາມ ຄິດ ເຫັນຂອງຂ້າພະເຈົ້າແລ້ວ, ແມ່ນຂຶ້ນກັບການເປັນບຸກຄົນທີ່ທ່ຽງທຳ ແລະ ການເປັນຄົນທີ່ອຸທິດຕົນຕໍ່ພະເຈົ້າ.
ຄວາມຮັບຜິດຊອບຂອງພວກເຮົາ
ເປັນຄວາມຜິດພາດຂອງພວກເຮົາ; ເປັນຄວາມຜິດພາດຂອງປະເທດຊາດ. ເປັນຄວາມຜິດພາດຂອງການສຶກສາ. ມຸສລິມ ທີ່ແທ້ຈິງ, ຜູ້ເຊິ່ງເຂົ້າໃຈມຸສລິມໃນທຸກໆດ້ານ, ແມ່ນບໍ່ສາມາດກາຍເປັນຜູ້ກໍ່ການຮ້າຍໄດ້. ເປັນສິ່ງຍາກສຳລັບບຸກຄົນທີ່ຈະ ຮັກສາຄວາມເປັນມຸສລິມ ຖ້າຫາກເຂົາເຂົ້າຮ່ວມກ່ຽວຂ້ອງກັບການກໍ່ການຮ້າຍ. ຍ້ອນ ສາສະຫນາບໍ່ໄດ້ອະນຸຍາດໃຫ້ມີການ ຂ້າຄົນ ເພື່ອບັນລຸເປົ້າຫມາຍ.
ແຕ່ແນ່ນອນ, ບັນດາຄວາມພະຍາຍາມຂອງພວກເຮົາ ເຮັດໃຫ້ບັນດາຄົນກາຍເປັນມະນຸດທີ່ສົມບູນຫຼືບໍ່? ອົງປະກອບໃດທີ່ ພວກເຮົາຜູກມັດພວກເຂົາ? ຄວາມຮັບຜິດຊອບປະເພດໃດທີ່ພວກເຮົາມີໃນການອົບຮົມລ້ຽງດູພວກເຂົາ ເພື່ອໃຫ້ຕອນນີ້ ພວກເຂົາບໍ່ພົວພັນກັບການກໍ່ການຮ້າຍ?
ບັນດາຄົນສາມາດຖືກປ້ອງກັນຈາກການມີສ່ວນຮ່ວມໃນການກໍ່ການຮ້າຍ ດ້ວຍບາງວິທີການທີ່ສຳຄັນ ເຊິ່ງມີຕົ້ນກຳເນີດມາ ຈາກຄວາມເຊື່ອຖືໃນສາສະຫນາອິສລາມ, ເຊັ່ນວ່າ, ຄວາມຢ້ານກົວຕໍ່ພະເຈົ້າ, ຄວາມຢ້ານກົວຕໍ່ວັນແຫ່ງການຕັດສິນໂທດ, ແລະ ຄວາມຢ້ານກົວຕໍ່ການປະພືດທີ່ຂັດກັບຫຼັກການທາງສາສະຫນາ. ຢ່າງໃດກໍ່ຕາມ, ພວກເຮົາບໍ່ໄດ້ສ້າງຈິດໃຈນີ້ ທີ່ຕ້ອງການເພື່ອບັນຫານີ້. ມີຄວາມພະຍາຍາມສ່ວນຫນ້ອຍເພື່ອແກ້ໄຂກັບບັນຫາທີ່ຖືກປ່ອຍປະລະເລີຍມາເຖິງປັດຈຸບັນ. ແຕ່, ໂຊກຮ້າຍ ມີບາງຄວາມພະຍາຍາມທີ່ຂັດຂວາງແນວທາງແກ້ໄຂນີ້, ຈາກຄົນໃນປະເທດຂອງພວກເຮົາເອງ.
ມີບາງຄົນກ່າວວ່າ ກິດຈະກຳການເຄື່ອນໄຫວດັ່ງກ່າວທີ່ພວກເຮົາຈຳເປັນຈະຕ້ອງເຮັດນັ້ນ ພັດບໍ່ຖືກອະນຸຍາດໃຫ້ເຮັດ. ຍ້ອນແນວນັ້ນ, ບັນດາຫຼັກສູດທີ່ສອນກ່ຽວກັບ ວັດທະນະທຳ ແລະ ສິນທຳ ຈຶ່ງຖືກສັ່ງຫ້າມໃນບັນດາສະຖາບັນການສຶກ ສາ. ໃນຂະນະດຽວກັນ ພວກເຮົາຮັບຮູ້ວ່າທຸກໆຄວາມຮຽກຮ້ອງຕ້ອງການໃນຊີວິດ ຄວນຕອບສະຫນອງໄດ້ໃນບັນດາ ໂຮງຮຽນ.
ບັນດາຄົນຄວນໄດ້ຮັບການຊີ້ນຳວິທີການຢູ່ຮ່ວມກັນກັບຄູ່ສົມຣົດໃນອານາຄົດ, ແລະ ວິທີການລ້ຽງດູ ລູກເຕົ້າ. ແຕ່ສິ່ງເຫຼົ່ານີ້ ຊ້ຳພັດຖືກຫ້າມ. ທັງຢູ່ ຕວກກີ ແລະ ບ່ອນອື່ນໆທີ່ມີ ປະຊາກອນຊາວມຸສລິມຈຳນວນຫຼວງຫຼາຍ ໄດ້ຮັບຄວາມເຈັບປວດ ຈາກການນຳໃຊ້ຢາເສບຕິດ, ການພະນັນ, ແລະ ການສໍ້ລາດບັງຫຼວງ. ເກືອບວ່າ ບໍ່ມີໃຜຫຼົງເຫຼືອເລີຍຢູ່ໃນ ຕວກກີ ທີ່ຊື່ ຂອງພວກເຂົາຈະບໍ່ກ່ຽວຂ້ອງກັບຂ່າວລືປະເພດໃດຫນຶ່ງ. ມີບາງເປົ້າຫມາຍທີ່ພວກເຮົາຄາດຫມາຍຈະບັນລຸໄດ້ຖືກ ບັນລຸ ແລ້ວ, ແຕ່, ກໍ່ຍັງມີອີກຫຼາຍເປົ້າຫມາຍທີ່ຍັງບໍ່ທັນບັນລຸ. ທ່ານບໍ່ສາມາດຖາມຫຼື ສົງໄສໃຜກ່ຽວກັບສິ່ງນີ້. ທ່ານບໍ່ສາມາດ ຮຽກຮ້ອງໃຫ້ບຸກຄົນທີ່ຮັບຜິດຊອບມາພິຈາລະນາ. ພວກເຂົາຖືກປົກປ້ອງ, ປິດບັງ, ແລະ ຍ້ອນແນວນັ້ນ ພວກເຂົາຖືກ ປະປ່ອຍ.
ບັນດາບຸກຄົນເຫຼົ່ານີ້ເປັນບຸກຄົນທີ່ເຕີບໃຫຍ່ມານຳພວກເຮົາ. ພວກເຂົາລ້ວນແລ້ວແຕ່ແມ່ນລູກຫຼານຂອງພວກເຮົາ. ແຕ່ຍ້ອນຫຍັງພວກເຂົາບາງຄົນກາຍເປັນຄົນບໍ່ດີ? ເປັນຫຍັງພວກເຂົາບາງຄົນຈຶ່ງໂຫດຮ້າຍ? ເປັນຫຍັງພວກເຂົາບາງຄົນ ຈຶ່ງຕໍ່ຕ້ານຄຸນຄ່າຂອງມະນຸດ? ເປັນຫຍັງພວກເຂົາຈຶ່ງເປັນຄົນໃນປະເທດຂອງພວກເຮົາເອງ ແລະ ລະເບີດຕົນເອງໃຫ້ກາຍ ເປັນມືລະເບີດຂ້າຕົວຕາຍ?
ບຸກຄົນເຫຼົ່ານີ້ທຸກຄົນແມ່ນເກີດຂຶ້ນມານຳກັນກັບພວກເຮົາ. ດັ່ງນັ້ນ, ຈະຕ້ອງມີບາງສິ່ງບາງຢ່າງຜິດພາດນຳການສຶກສາຂອງ ພວກເຂົາ. ນັ້ນແມ່ນ, ລະບົບທີ່ມີຄວາມບົກພ່ອງ, ບາງຈຸດອ່ອນທີ່ຈຳເປັນຕ້ອງກວດກາ. ບັນດາຈຸດອ່ອນເຫຼົ່ານີ້ ຈະຕ້ອງຖືກ ກຳຈັດ. ເວົ້າຫຍໍ້ແມ່ນ, ການສຶກສາອົບຮົມພວກເຂົາ ບໍ່ຖືກຖືເປັນບຸລິມະສິດ. ໃນຂະນະດຽວກັນ, ບາງຮຸ່ນຄົນກໍ່ຖືກ ສູນເສຍໄປ, ຖືກທຳລາຍ ແລະ ກາຍເປັນສິ່ງເສດເຫຼືອ.
ຊາວຫນຸ່ມທີ່ເສຍຄຸນໄດ້ສູນເສຍດ້ານແນວຄິດ. ມີບາງຄົນກໍ່ສວຍໂອກາດນຳຊາວຫນຸ່ມເຫຼົ່ານີ້, ເອົາເງິນໃຫ້ເຂົາຈຳນວນຫນຶ່ງ, ຫຼື ຫັນປ່ຽນໃຫ້ພວກເຂົາກາຍເປັນຫຸ່ນຍົນ. ພວກເຂົາຖ່ວງດຶງຊາວຫນຸ່ມເຫຼົ່ານີ້. ນີ້ກາຍເປັນບັນຫາຢູ່ແຜນການທີ່ປັດຈຸບັນນີ້ ພວກເຮົາໄດ້ອ່ານຈາກວາລະສານຫນັງສືພິມ. ຊາວຫນຸ່ມເຫຼົ່ານີ້ຖືກສວຍໃຊ້ໃນທາງທີ່ຜິດໃນລະດັບທີ່ພວກເຂົາສາມາດ ຄວບຄຸມໄດ້. ພວກເຂົາຖືກໃຊ້ໃຫ້ກາຍເປັນນັກຂ້າ ດ້ວຍເນຶ້ອໃນແນວຄິດ ຫຼື ເປົ້າຫມາຍທີ່ຄ້ອນຂ້າງບ້າບໍ ແລະ ພວກເຂົາຖືກໃຊ້ໃຫ້ຂ້າຄົນ. ບາງຄົນທີ່ມີຈິດໃຈຊົ່ວຮ້າຍຕ້ອງການບັນລຸເປົ້າຫມາຍໃດຫນຶ່ງທີ່ແນ່ນອນດ້ວຍການສວຍໃຊ້ ບັນດາຊາວຫນຸ່ມເຫຼົ່ານີ້.
ບັນດາຄົນເຫຼົ່ານີ້ຖືກຫັນປ່ຽນໃຫ້ກາຍເປັນຫຸ່ນຍົນ. ມີຄັ້ງຫນຶ່ງ, ມີຫຼາຍຄົນຖືກຂ້າຢູ່ ຕວກກີ. ກຸ່ມຄົນນີ້ ຂ້າບຸກຄົນນັ້ນ, ແລ້ວອີກກຸ່ມຫນຶ່ງກໍ່ຂ້າບຸກຄົນອື່ນ. ທຸກຄົນກ່ຽວຂ້ອງກັບການຕໍ່ສູ້ທີ່ນອງເລືອດກ່ອນທີ່ກຳລັງທະຫານຈະມາຮອດ ແລະ ເຂົ້າແຊກແຊງໃນວັນທີ 12 ມີນາ, 1971 ແລະ ຕໍ່ມາໃນວັນທີ 12 ກັນຍາ, 1980. ບັນດາຄົນເກືອບທຸກຄົນລ້ວນແຕ່ຕໍ່ສູ້ ບ້າເລືອດກັບອີກຄົນຫນຶ່ງ. ທຸກໆລ້ວນແຕ່ຂ້າຄົນອື່ນ. [1]
ມີບາງຄົນພະຍາຍາມບັນລຸເປົ້າຫມາຍໃນການຂ້າຄົນອື່ນ. ທຸກໆຄົນເຄີຍເປັນຜູ້ກໍ່ການຮ້າຍ. ບັນດາຄົນຢູ່ຝ່າຍນັ້ນເປັນຜູ້ກໍ່ ການຮ້າຍ; ບັນດາຄົນຢູ່ຝ່າຍນີ້ກໍ່ເປັນຜູ້ກໍ່ການຮ້າຍ. ແຕ່ວ່າ, ທຸກໆຄົນຖືກເອີ້ນການກະທຳທີ່ຄືກັນນັ້ນຢ່າງແຕກຕ່າງກັນ ອອກໄປ. ຄົນຫນຶ່ງເວົ້າວ່າ, “ຂ້ອຍເຮັດຄືແນວນີ້ໃນນາມຂອງອິສລາມ”. ສ່ວນອີກຄົນຫນຶ່ງເວົ້າວ່າ “ຂ້ອຍເຮັດຄືແນວນີ້ ເພື່ອຜືນແຜ່ນດິນ ແລະ ປະຊາຊົນ”. ສ່ວນຄົນທີສາມພັດເວົ້າວ່າ, “ຂ້ອຍຕໍ່ສູ້ຕ້ານນາຍທຶນ ແລະ ການກົດຂີ່ຂູດຮີດ”. ສິ່ງເຫຼົ່ານີ້ເປັນຄຳເວົ້າເພື່ອໃຫ້ເຫດຜົນ. Qur’an ກໍໄດ້ເວົ້າກ່ຽວກັບ “ການເອີ້ນດັ່ງກ່າວ”. ວ່າສິ່ງເຫຼົ່ານີ້ບໍ່ມີຄຸນຄ່າ. ແຕ່ຜູ້ຄົນ ພຽງແຕ່ສືບຕໍ່ຂ້າກັນ. ຫມົດທຸກຄົນແມ່ນຂ້າຕາມແນວຄິດອຸດົມການ.
ຍ້ອນແນວຄິດ “ອຸດົມການ” ທີ່ນອງເລືອດເຫຼົ່ານີ້ ເຮັດໃຫ້ຫຼາຍຄົນຖືກຂ້າ. ສິ່ງນີ້ ບໍ່ຕ່າງຫຍັງກັບການກໍ່ການຮ້າຍ. ຫມົດ ທຸກຄົນ, ບໍ່ສະເພາະແຕ່ ມຸສລິມ, ກໍ່ລ້ວນແລ້ວແຕ່ເຮັດຜິດຄືກັນ. ຍ້ອນຫມົດທຸກຄົນລ້ວນແຕ່ເຮັດ, ຈາກຄົນຫນຶ່ງ ຫາ ຄົນຫນຶ່ງ, ການຂ້າເຫຼົ່ານີ້ ກາຍເປັນເປົ້າຫມາຍທີ່ “ເປັນຈິງ”. ການຂ້າກາຍເປັນນິດໄສ. ທຸກໆຄົນລຶ້້ງເຄີຍກັບການຂ້າກັນ, ເຖິງແມ່ນວ່າ ການຂ້າຄົນອື່ນຈະເປັນການກະທຳທີ່ຊົ່ວຮ້າຍຫຼາຍກໍຕາມກ ມີເທື່ອຫນຶ່ງ, ເພື່ອນທີ່ຂ້າພະເຈົ້າຮັກແພງຫຼາຍ ທີ່ສຸດໄດ້ຂ້າ ງູ. ລາວເປັນຜູ້ທີ່ຮຽນຈົບດ້ານສາສະຫນາ ແລະ ປັດຈຸບັນເປັນ ນັກເທດສະຫນາ. ສຳລັບປະຕິກິລິຍາຕໍ່ການ ກະທຳນີ້, ຂ້າພະເຈົ້າໄດ້ລົມກັບລາວມາເປັນເດືອນ. ຂ້າພະເຈົ້າເວົ້າວ່າ, “ງູໂຕນັ້ນມີສິດໃນການດຳລົງຊີວິດ ຢູ່ໃນທຳມະຊາດ. ເຈົ້າມີສິດຫຍັງໄປຂ້າມັນ?”
ແຕ່ປັດຈຸບັນ ສະພາບການຄືດັ່ງກ່າວນັ້ນ ຖ້າຫາກວ່າມີຄົນ 10 ຫຼື 20 ຄົນຖືກຂ້າ, ຫຼື ຖ້າຫາກຕົວເລກນັ້ນບໍ່ສູງຄືດັ່ງທີ່ຄາດ ຄິດ, ພວກເຮົາເວົ້າວ່າ: “ໂອ, ນັ້ນບໍ່ຮ້າຍແຮງຫຼາຍດອກ, ບໍ່ໄດ້ມີຄົນຕາຍຫຼາຍປານໃດ”. ນີ້ເປັນຄວາມຮຸນແຮງທີ່ບໍ່ຫນ້າເຊື່ອ ວ່າ ຈະກາຍເປັນສິ່ງທີ່ຄົນຍອມຮັບໄດ້ໃນລະດັບທີ່ຫນ້າຕົກໃຈ. “ດີແລ້ວລະ ທີ່ຕົວເລກຄົນຕາຍມີພຽງແຕ່ 20-30ຄົນ,” ຄື ພວກເຮົາເວົ້າ. ເວົ້າຫຍໍ້ແລ້ວ, ຫມົດສັງຄົມກາຍເປັນສິ່ງທີ່ຍອມຮັບໄດ້ວ່າ ເປັນສ່ວນຫນຶ່ງໃນຊີວິດປະຈຳວັນຂອງພວກເຮົາ.
ສະພາບການຄືແນວນີ້ ສາມາດປ້ອງກັນໄດ້ດ້ວຍການສຶກສາ. ກົດຫມາຍ ແລະ ກົດລະບຽບຂອງລັດຖະບານກໍ່ສາມາດ ປ້ອງກັນສິ່ງນີ້. ບາງກຸ່ມທີ່ແຕກໂຕນກໍ່ອາດ
ຍ້ອນຫຍັງເຮົາຈຶ່ງຄວນເຮັດໃຫ້ສິ່ງນີ້ຈະແຈ້ງ? ຍ້ອນຄົນເຮົາຕ້ອງເຂົ້າໃຈວ່າ ຖ້າຫາກພວເຂົາເຮັດບາງສິ່ງບາງຢ່າງທີ່ຊົ່ວຮ້າຍ, ເຖິງແມ່ນວ່າຈະເປັນການກະທຳທີ່ເລັກນ້ອຍຫຼາຍສໍ່າ ອາໂຕມຫນຶ່ງ, ພວກເຂົາຈະຕ້ອງຊົດໃຊ້ຕໍ່ການກະທຳນັ້ນທັງໃນ ເວລາ ປັດຈຸບັນ ແລະ ໂລກຫຼັງຄວາມຕາຍ (ຊາລຊາລາ 99:7-8).
ແມ່ນແລ້ວ, ການຂ້າຄົນເປັນສິ່ງທີ່ສຳຄັນຫຼາຍ. Qur’an ການຂ້າຄົນ ຄົນຫນຶ່ງ ກໍ່ບໍ່ຕ່າງຫຍັງກັບການຂ້າຄົນທຸກຄົນ. Ibn Abbas ກ່າວວ່າ ຜູ້ເປັນຄາດຕະກອນ ຈະຕ້ອງຢູ່ໃນນາລົກ ອະເວຈີໄປຕະຫຼອດການ. ນີ້ແມ່ນການລົງໂທດຄືກັນຕໍ່ຜູ້ທີ່ບໍ່ມີ ຄວາມເຊື່ອຖື. ນີ້ຫມາຍຄວາມວ່າ ຜູ້ທີ່ເປັນຄ່ດຕະກອນຈະຕ້ອງຖືກລົງໂທດຄືກັນ ໃນຖານະຜູ້ທີ່ບໍ່ມີຄວາມເຊື່ອຖື. ເວົ້າຫຍໍ້ແລ້ວ, ໃນ ອິສລາມ, ບັນດາຄຳສັບວ່າ ການລົງໂທດຈົນເຖິງຕາຍໃນວັນແຫ່ງການຕັດສິນ, ຄາດຕະກອນຈະຖືເປັນ ຜູ້ຕຳ່ຕ້ອຍ ຄືກັບຄົນທີ່ປະຕິເສດພະເຈົ້າ ແລະ Prophet (ຫຼື ເອີ້ນອີກຢ່າງຫນຶ່ງວ່າ ຜູ້ທີ່ບໍ່ເຊື່ອວ່າມີພະເຈົ້າ). ຖ້າຫາກນີ້ ແມ່ນຫຼັກການພື້ນຖານຂອງສາສະຫນາ, ສິ່ງນີ້ກໍ່ຄວນມີການສອນຢູ່ໃນຫຼັກສູດການສຶກສາ.
[1] ຕວກກີໄດ້ຮັບຜົນກະທົບຈາກກຳລັງທະຫານສາມກຸ່ມໃນໄລຍະທີສອງຂອງສະຕະວັດທີຊາວ. ເຫດການດັ່ງກ່າວເກີດ ຂຶ້ນ ເປັນຄັ້ງທີສອງ ແລະ ສາມ, ເຊິ່ງເກີດຂຶ້ນໃນເວລາທີສັງຄົມມີຄວາມບໍ່ສະຫງົບ.
ຂໍ້ຄວາມນີ້ຖືກຄັດຈ້ອນມາຈາກບົດສຳພາດຂອງ ເຟທູລາ ກູເລນ ຕໍ່ ນູຣີເຢ ອັກມານ, ຖືກພິມອອກຢູ່ ຊາມານ ໃນວັນທີ 22 ມີນາ – 1 ເມສາ, 2004.

