ກໍລະນີກົດຫມາຍຂອງຕວກກີ ແລະ ການເຂົ້າເມືອງຂອງ ອາເມລິກາ ຂອງທ່ານ ເຟທູລາ ກູເລນ

Home » ລາຍະລະອຽດ ຂອງ ເຟທູລ້າ ກູເລັນ » ກໍລະນີກົດຫມາຍຂອງຕວກກີ ແລະ ການເຂົ້າເມືອງຂອງ ອາເມລິກາ ຂອງທ່ານ ເຟທູລາ ກູເລນ

1979

  •  ກຳລັງລັດຖະປະຫານທະຫານ (12 ມີນາ, 1971)
  • ທ່ານ ເຟທູລາ ກູເລນ ຖືກຈັບກຸມ (3 ມີນາ,​ 1971)
  • ທ່ານ ເຟທູລາ ກູເລນ ຖືກປ່ອຍ; ສືບຕໍ່ການສືບສວນຢູ່ ສານທະຫານ (9 ພະຈິກ, 1971)

1972

  • ຖືກຕັດສິນລົງໂທດໂດຍສານທະຫານ (20 ກັນຍາ, 1972)

1973

  • ສານອຸທອນທະຫານ ຕັດສິນໂທດ (24 ຕຸລາ, 1973)

1974

  • ຜ່ານກົດຫມາຍນີລະໂທດສະກຳ (18 ມີນາ 1974); ການຟ້ອງຮ້ອງຄະດີຂອງທ່ານ ກູເລນ ຖືກຍົກເລີກ.

1995

  • ການຕັດສິນບໍ່ດຳເນີນຄະດີ ໂດຍ ໄອຍະການ ຢຸກເຊລ, ເຮັດໃຫ້ ທ່ານ ກູເລນ ຖືກປົດປ່ອຍຈາກທຸກຂໍ້ຫາ ກະທຳ ຜິດກົດຫມາຍ ກ່ອນປີ 1990.  

1997

  • “ການລັດຖະປະຫານ “ຫຼັງຍຸກໃຫມ່” (“ລັດຖະປະຫານແບບອ່ອນໂຍນ”) (28 ກຸມພາ, 1997)

1999

  • ການໂຄສະນາສື່ ເລີ່ມມີຕໍ່ທ່ານ ກູເລນ (ກາງເດືອນມີຖຸນາ 1999)
  • ທ່ານ ກູເລນ ເດີນທາງໄປ ສ. ອາເມລິກາ ເພື່ອປິ່ນປົວ (ດ້ວຍວີຊາແບບ B – 2) (21 ມີນາ 1999)
  • ສານຄວາມປອດໄພ ລັດຖະບານ ອານຄາຣາ (DGM) ໄອຍະການ ຢຸກເຊລ ເປີດສຳນວນຄະດີກ່ຽວກັບ ທ່ານ ກູເລນ
  • ວີຊາແບບ B – 2 ຖືກຕໍ່ອາຍຸຈົນຮອດວັນທີ 20 ມີນາ,​ 2000 (17 ສິງຫາ 1999)

2000

  • ໄອຍະການ ຢຸກເຊລ ພະຍາຍາມອອກຫມາຍຈັບກຸມ ທ່ານ ກູເລນ
  • ວີຊາແບບ B – 2 ຖືກຕໍ່ອາຍຸຈົນຮອດວັນທີ 20 ກັນຍາ,​ 2000 (20 ພິດສະພາ  2000)
  • ສານຄວາມປອດໄພ ຫມາຍເລກ 1 ຂອງ ລັດຖະບານ ອານຄາຣາ (DGM) ປະຕິເສດຫມາຍຈັບກຸມ; ໄອຍະການ ຄັດຄ້ານ ສານຄວາມປອດໄພ ຫມາຍເລກ 2.
  • I – 129 (ຜູ້ຮັບໃຊ້ວຽກສາສະຫນາ) ອະນຸມັດຜ່ານ ວັນທີ 19 ມີຖຸນາ 2003 (20 ມີຖຸນາ 2000)

2001

  • ຄຳໃຫ້ການຕໍ່ສູ້ຄະດີຂອງທ່ານ ກູເລນ ຖືກຮັບເອົາຈາກຫ້ອງການທະນາຍຄວາມ ອາເມລິກາ ຢູ່ ນະຄອນ ນິວຢອກ (28 ພະຈິກ 2001)
  • ທ່ານ ກູເລນຂໍ I – 360 ໃນຖານະຜູ້ຮັບໃຊ້ສາສະຫນາອົບພະຍົບພິເສດ ຢູ່ ອາເມລິກາ (30 ເມສາ 2001)

2002

  • ທົບທວນຄືນການຜ່ານສະພາ ກົດຫມາຍນີລະໂທດສະກຳ/ໂຈະ ເປັນເວລາ 5 ປີ (21 ພຶດສະພາ 2002)
  • ຢູເອສຊີໄອເອສ ອະນຸມັດ I 360 ເປັນຜູ້ຮັບໃຊ້ສາສະຫນາທີ່ອົບພະຍົບພິເສດຢູ່ ອາເມລິກາ (7 ສິງຫາ 2002)
  • ຄະນະຕັດສິນຂອງສະພາສານສູງ ແລະ ໄອຍະການ ບົກເລີກ ແລະ ໂອນ ໄອຍະການ ຢຸກເຊລ ພາຍຫຼັງ ປາກົດ ມີກະແຊັດວີດີໂອກ່ຽວກັບທາງເພດ (21 ຕຸລາ 2002)
  • ທ່ານ ກູເລນ ຮ້ອງຂໍສະຖານະຢູ່ອາໄສຖາວອນ ແລະ ສິດໃນການເຮັດວຽກຢູ່ ອາເມລິກາ (18 ຕຸລາ 2002)

2003

  • ສ້າງແຜນປະຕິບັດການຂະຫນາດໃຫຍ່
  • ການຕັດສິນເທື່ອສຸດທ້າຍໃນສານຂັ້ນຕົ້ນ (3 ມີນາ, 2003)
  • ການຕັດສິນເທື່ອສຸດທ້າຍຊັກຊ້າມາເປັນເວລາຫ້າປີ ອີງຕາມກົດຫມາຍການໂຈະຄະດີ ເລກທີ 4616 (10 ມີນາ, 2003)
  • ທັງບັນດາທະນາຍ ແລະ ໄອຍະການຂອງທ່ານ ກູເລນ ຄັດຄ້ານການຊັກຊ້າ, ແຕ່ຖືກຄູ້ມຄອງໂດຍ ສານຄວາມປອດ ໄພຂອງລັດຖະບານອານຄາຣາ ເລກທີ 1 (3 ເມສາ, 2003)
  • ການຊຳລະດ້ານຄວາມປອດໄພ ໂດຍອຳນາດການປົກຄອງຕວກກີ (ບໍ່ມີບັນທຶກອາຊະຍາກຳ) (16 ກັນຍາ 2003)
  • ການປັບປຸງການສຳພາດສະຖານະພາບເທື່ອທຳອິດ ໂດຍ ຢູເອສຊີໄອເອສ (USCIS) (17 ກັນຍາ 2003)
  • ກົດຫມາຍເລກທີ 4928 (ວັນທີມີຜົນສັກສິດ 15 ກໍລະກົດ 2003), ການດັດແກ້ຄຳນິຍາມ ອົງກອນກໍ່ການ ຮ້າຍ ໃນກົດຫມາຍຕ້ານການກໍ່ການຮ້າຍ ສະບັບເລກທີ 3713, ມາດຕາ 1
  • ຢູເອສຊີໄອເອສ (USCIS) ອອກການລໍຖ້າລົງອາຍາພິເສດ; ມີຜົນສັກສິດຈົນຮອດວັນທີ 9 ຕຸລາ 2004

2004

  • ຕວກກີ ລຶບລ້າງບັນດາສານຄວາມປອດໄພຂອງລັດ (DGM); ຄະດີຂອງທ່ານ ກູເລນ ໄດ້ມອບໃຫ້ ສານອາ ຍາຂັ້ນສູງ ເລກທີ 11 ຢູ່ ອານຄາຣາ (ມີຖຸນາ 2004)
  • ການດຳເນີນການຂອງສານເລີ່ມຊ້າລົງຢ່າງຈະແຈ້ງ. ສຳນວນສານຍັງຢູ່ທີ່ຫ້ອງການ ພິລາເດລເຟຍ ຂອງ ຢູເອສຊີໄອ ເອສ
  • ຂໍເອກະສານເດີນທາງ (27 ຕຸລາ 2004)

2005

  • ທະນາຍຂອງທ່ານ ກູເລນ ກ່າວວ່າ ບັນດາກະແຊດເທບ ຊີວະພາບຂອງທ່ານກູເລນ ທີ່ຢູເອສຊີໄອເອສ ຍື່ນໃຫ້ ເອຟບີໄອ ແລະ ຊີໄອເອໃນປີ 2003 ຖືກເຮັດເສຍ, ແຕ່ທັນໃດນັ້ນ ກໍ່ຖືກຊອກພົບ.
  • ສານກົດບັດອາຍາຕວກກີ ເລກທີ 756, ມາດຕາທີ 313 ປັບປຸງຕາມກົດຫມາຍເລກທີ 5237 (ມີຜົນສັກ ສິດວັນທີ 1 ມິຖຸນາ 2005)
  • ຕຳຫຼວດສາກົນ ວໍຊິງຕັນ ດີຊີ ຮຽກຮ້ອງໃຫ້ກວດຄືນປະຫວັດອາຊະຍາກຳຂອງ ທ່ານ ກູເລນ ນຳ ຕຳຫຼວດສາ ກົນ ຕວກກີ (10 ພະຈິກ 2005)
  • ຕຳຫຼວດສາກົນຕວກກີ ຕອບຄືນວ່າ: ບໍ່ມີປະຫວັດອາຊະຍາກຳ ແລະ ທ່ານ ກູເລນ ຍັງປະນາມບັນດານັກ ເຄື່ອນໄຫວ ອາຊະຍາກຳ ແລະ ກໍ່ການຮ້າຍ (25 ພະຈິກ 2005)
  • ສຳນວນຖືກສົ່ງໄປຫາ ວໍຊິງຕັນ ດີຊີ

2006

  • ທະນາຍຄວາມຂອງທ່ານ ກູເລນ ຍື່ນຄຳຮ້ອງຂໍໃຫ້ຮີ້ຟື້ນຄະດີຄືນໃຫມ່ (7 ມີນາ 2006)
  • ການປັບປຸງການສຳພາດສະຖານະພາບໂດຍ ພະນັກງານ ຢູເອສຊີໄອເອສ ວໍຊິງຕັນ ດີຊີ (12 ມັງກອນ 2006)
  • ສານອາຍາຂັ້ນສູງຂໍບົດລາຍງານຈາກຕຳຫຼວດກ່ຽວກັບ ການເຂົ້າຮ່ວມພົວພັນຂອງທ່ານ ກູເລນ ໃນການກະທຳ ອາຊະ ຍາກຳໃດໆ, ລວມທັງການໃຊ້ຄວາມຮຸນແຮງ. ບົດລາຍງານຊີ້ໃຫ້ເຫັນວ່າ ທ່ານ ກູເລນ ບໍ່ເຄີບມີການເຂົ້າ ຮ່ວມພົວພັນໃດ ໃນອາຊະຍາກຳ, ຄວາມຮຸນແຮງ, ຫຼື ການກະທຳທີ່ໃຊ້ກຳລັງ (7 ມີນາ 2006)
  • ຢູເອສຊີໄອເອສ ປາກົດວ່າ ບໍ່ປະກາດໃນວັນສຸກ, ມຸສລິມ ຊັບບາດ, ເພື່ອສືບສວນທ່ານ ກູເລນ ແລະ ຜູ້ອື່ນໆ ແລະ ກວດຄົ້ນບ່ອນພັກອາໄສໂດຍບໍ່ມີຫມາຍກວດຄົ້ນ. ເຈົ້າຫນ້າທີ່ຮັບຜິດຊອບ ໂທຫາທະນາຍຂອງທ່ານ ກູເລນ ໃນເວລາ ກວດຄົ້ນ ວ່າທ່ານ ກູເລນຖອນຄຳຮ້ອງຂໍເປັນຜູ້ຢູ່ອາໄສຖາວອນ ເພື່ອແລກປ່ຽນກັບການທີ່ ຢູເອສຊີໄອເອສ ຈະບໍ່ເຂົ້າ ມາ ຫຍຸ້ງກ່ຽວໃດໆ ກັບສຳນວນຄະດີຂອງທ່ານ ເຊິ່ງຈະປ້ອງກັນທ່ານຈາກການກັບ ຄືນ ອາເມລິກາ ເມື່ອທ່ານອອກໄປ (12 ພຶດສະພາ 2006)
  • ສານອາຍາຂັ້ນສູງຂອງອານຄາຮາ ເລກທີ 11 ຕັດສິນທ່ານ ເຟທູລາ ກູເລນ ໃຫ້ພົ້ນໂທດ (5 ພຶດສະພາ 2005)
  • ສົ່ງເອກະສານເພີ່ມຕື່ມຫາຫ້ອງການ ພິລາເດຍເຟຍ  ຢູເອສຊີໄອເອສ (ຕາມການຮ້ອງຂໍໃນວັນທີ 21 ກຸມພາ 2006), ລວມທັງຂໍ້ມູນກ່ຽວກັບການຕັດສິນໃຫ້ພົ້ນໂທດ (15 ຫຼື 16? ພຶດສະພາ 2006)
  • ໄອຍະການ ອຸທອນກ່ຽວການໃຫ້ພົ້ນໂທດຂອງສານອາຍາ
  • ຢູເອສຊີໄອເອສ ອອກເອກະສານເດີນທາງ Advance parole, ແຕ່ມີຜົນສັກສິດຮອດພຽງແຕ່ວັນທີ 15 ກໍລະກົດ 2006 ແລະ ສາມາດເຂົ້າໄດ້ພຽງແຕ່ເທື່ອດຽວ, ທັງເງື່ອນໄຂທີ່ຜິດປົກະຕິສູງ
  • ຂໍສິດໃນການເຮັດວຽກ ສຳລັບທ່ານ ກູເລນ (14 ສິງຫາ 2006)
  • ທ່ານ ກູເລນ ຍື່ນສຳນວນເອກະສານຂໍການອົບພະຍົບພິເສດດ້ວຍການສະຫນັບສະຫນູນຊ່ວຍເຫຼືອຂອງຕົນ ເອງ (I -140) ພ້ອມທັງການດຳເນີນການຕາມລະບຽບ (ຄ່າທຳນຽມ 1000 ໂດລາ), ພິຈາລະນາການໃຫ້ການ ຮັບປະກັນໃນ 15 ວັນລັດຖະການ (11 ພະຈິກ 2006)
  • ຢູເອສຊີໄອເອສ ເພີກຖອນ ຄຳຮ້ອງຂໍເຮັດວຽກທາງສາສະຫນາໃນການອົບພະຍົບພິເສດ I – 360 (14 ພະຈິກ 2006)
  • ທ່ານ ກູເລນ ຍື່ນສຳນວນແຈ້ງການອຸທອນການປະຕິເສດຂອງ I – 360 (29 ແລະ 30 ພະຈິກ 2006)
  • ຮ້ອງຂໍໃຫ້ເປີດຄືນການລຶບລ້າງໂທດ ອີງຕາມຄວາມຜິດພາດຂອງ ຢູເອສຊີໄອເອສ (1 ທັນວາ 2006)
  • ທະນາຍຮ້ອງຂໍການສົ່ງເງິນຄືນຄ່າທຳນຽມຈຳນວນ 1​000 ໂດລາ ເນື່ອງຈາກຢູເອສຊີໄອເອສ ບໍ່ໄດ້ເພີກຖອນ ພາຍໃນ 15 ວັນລັດຖະການ (ບໍ່ມີການຕອບກັບຄືນ) (14 ທັນວາ 2006)

2007

  • ຢູເອສຊີໄອເອສ ຖອນການລຶບລ້າງໂທດຂອງທ່ານ ກູເລນ I – 360 (25 ເມສາ 2007)
  • ຍື່ນອຸທອນຂອງລັດຖະບານກາງ ເພື່ອບັງຄັບ ຢູເອສຊີໄອເອສ ເພື່ອໃຫ້ໄດ້ຮັບສະຖານະການອົບພະຍົບ ໃຫ້ແກ່ ທ່ານ ກູເລນ (25 ພຶດສະພາ 2007)
  • ຕຳຫຼວດຈູ່ໂຈມກະທັນຫັນ ໃນທີ່ສຸດພາໄປສູ່ການສືບສວນ ແລະ ສອບສວນ ເອີເຈເນກອນ (12 ມີຖຸນາ 2007)
  • ຢູເອສຊີໄອເອສ ເອີ້ນຄືນ I – 360 ຂອງທ່ານ ກູເລນ (21 ສິງຫາ 2007)
  • ຢູເອສຊີໄອເອສ ປະຕິເສດ I – 140 ຂອງທ່ານ ກູເລນ (19 ພະຈິກ 2007)

2008

  • ຄະນະຕັດສິນຫ້າທ່ານ ຂອງສານສູງ ອຸທອນຢ່າງເປັນເອກະສັນໃຫ້ປະຕິບັດຕາມການຕັດສິນໃຫ້ພົ້ນໂທດ (5 ມີນາ 2008)
  • ຢູເອສຊີໄອເອສ ປະຕິເສດການອຸທອນຂອງ I – 360 (7 ມີນາ 2008)
  • ໄອຍະການ ອຸທອນ ການຄໍາຕັດສິນ ຂອງສານຍຸດຕິທຳສູງສຸດຂອງການອຸທອນ
  • ອອກຄຳຕັດສິນ ໃຫ້ແກ່ທ່ານ ເຟທູລາ ກູເລນ ແລະ ຕໍ່ ຢູເອສຊີໄອເອສ ໃນການອອກ I – 140; ເລຂາທິການ ຄະນະ ຕັດສິນຂອງຄວາມປອດໄພພາຍໃນ ເພື່ອຮັບຮອງຄຳອຸທອນ I – 140 ຂອງທ່ານ ກູເລນ ໃນວັນທີ 1 ສິງຫາ, 2008 (16 ກໍລະກົດ 2008)
  • ສານສູງສຸດ ອຸທອນ  ການຟັງຄຳຕັດສິນ ໂດຍ ຍຶດຖືຕາມການຕັດສິນຂອງຄະນະຮັບຜິດຊອບການອຸທອນ ດ້ວຍຄະແນນສຽງ 17 ຕໍ່ 6 (24 ມີຖຸນາ 2008)
  • ລາຍງານໂດຍຫຍໍ້ຄຳສັ່ງຕັດສິນກ່ຽວກັບການອອກ I – 360 (26 ກັນຍາ 2008)
  • ໃນທີ່ສຸດ ຢູເອສຊີໄອເອສ ອອກສະຖານະພາບຜູ້ຢູ່ອາໄສຖາວອນ (I – 485) ໃຫ້ແກ່ທ່ານ ເຟທູລາ ກູເລນ (10 ຕຸລາ 2008)

2009

  • ບັນດາຝ່າຍ ສະມັກໃຈ ຖອນຄະດີດັ່ງກ່າວ (25 ກຸມພາ 2009)

ຄັດມາຈາກ “ການຕໍ່ສູ້ກັບເສລີພາບໃນການປາກເວົ້າ, ອິດສະຫຼະພາບໃນການເຊື່ອຖືສາສະຫນາ, ແລະ ປະຊາ ທິປະໄຕຢູ່ ຕວກກີ” ໂດຍທ່ານ ເຈມສ໌ ຊີ. ຮາຣິຕັນ, ມະຫາວິທະຍາໄລຂ່າວສານຂອງ ອາເມລິກາ, ພຶດສະພາ 2011.

Share:

More Posts

Send Us A Message