ບົດສະເຫນີກ່ຽວກັບທ່ານ ຟາທູລາ ກູເລນ

Home » ລາຍະລະອຽດ ຂອງ ເຟທູລ້າ ກູເລັນ » ບົດສະເຫນີກ່ຽວກັບທ່ານ ຟາທູລາ ກູເລນ

លោកហ្វាត់ហុលឡោះហ្គូលែនលើកបញ្ហាភេរវកម្ម

ທ່ານ ຟາທູລາ ກູເລນ ເປັນປັນຍາຊົນຊາວມຸສລິມ ຕວກກີດັ້ງເດີມ, ເປັນນັກຄິດ, ນັກຂຽນ, ນັກກະວີ, ຜູ້ນໍາທາງ ດ້ານ ແນວຄິດ ແລະ ນັກເຄື່ອນໄຫວດ້ານການສຶກສາ ທີ່ສະຫນັບສະຫນູນການສົນທະນາແລກປ່ຽນ ດ້ານ ວັດທະ ນະທຳ ແລະ ຄວາມເຊື່ອຖື, ວິທະຍາສາດ, ປະຊາທິປະໄຕ, ຄວາມເຊື່ອທາງຈິດໃຈ ແລະ ຕ້ານຄວາມ ຮຸນແຮງ ແລະ ປ່ຽນ ຄວາມຄິດທາງສາສະຫນາໄປສູ່ການເມືອງ. ທ່ານ ຟາທູລາ ກູເລນ ຊຸກຍູ້ການຮ່ວມມືດ້ານ ຄວາມສີວິໄລຕໍ່ໂລກ ທີ່ມີ ສັນຕິພາບ, ກໍ່ຄື ການຄັດຄ້ານການປະທະ:

“ຈົ່່ງອົດທົນຍອມຮັບຄວາມອົບອຸ່ນໃນຈິດໃຈຂອງທ່ານໄວ້ໃຫ້ກວ້າງຂວາງຄືກັບມະຫາສະມຸດ. ກາຍເປັນສິ່ງທີ່ບັນ ດານໃຈ ດ້ວຍຄວາມຊື່ສັດ ແລະ ຄວາມຮັກຂອງມວນມະນຸດ. ຢ່າໃຫ້ຈິດໃຈສັບສົນວຸ່ນວາຍຕໍ່ຜູ້ທີ່ທ່ານບໍ່ໄດ້ຍື່ນມືຫາ ແລະ ກ່ຽວກັບ ຜູ້ທີ່ບໍ່ໄດ້ກ່ຽວຂ້ອງກັບທ່ານ” (ຄຳເວົ້າຂອງທ່ານ ຟາທູລາ ກູເລນ, ໃນປຶ້ມການວິຈານ ຫຼື ແສງແຫ່ງ ເສັ້ນທາງ. ລອນດອນ: ທຣີສຕຣາ).

ພວກເຮົາເຊື່ອຫມັ້ນວ່າ ທ່ານ ຟາທູລາ ກູເລນ ແລະ ການເຄື່ອນໄຫວທາງສັງຄົມທີ່ຊຸກຍູ້ໂດຍທັດສະນະຂອງ ທ່ານ, ເຊິ່ງເອີ້ນວ່າ ການເຄື່ອນໄຫວຂອງທ່ານ ຟາທູລາ ກູເລນ, ເປັນສິ່ງທີ່ເຫມາະສົມ ແລະ ມີຄວາມສຳຄັນຍິ່ງ ໃຫຍ່ ຍ້ອນ ບັນດາເຫດຜົນຄືດັ່ງລຸ່ມນີ້:

  • ອຳນາດ ແລະ ຜົນກະທົບຂອງທ່ານ ຟາທູລາ ກູເລນ: ທ່ານ ຟາທູລາ ກູເລນ ເປັນທີ່ຮູ້ຈັກ ແລະ ໄດ້ຮັບ ຄວາມນັບ ຖືໃນບັນດາຊາວມຸສລິມຕວກກີ ກໍ່ຄື ຊາວມຸສລິມໃນທົ່ວໂລກ ຍ້ອນທ່ານເປັນນັກປັນຍາ ຊົນມຸສລິມຕົ້ນຕໍທີ່ມີອຳນາດ ຂອງສາຍສຸນີ, ເຊິ່ງກວມເອົາ 87-90% ຂອງປະຊາກອນມຸສລິມທັງ ຫມົດໃນທົ່ວໂລກ. ທ່ານເປັນ ນັກຄິດ, ນັກກະ ວີ, ນັກຂຽນທີ່ມີຊື່ສຽງ, ນັກເຄື່ອນໄຫວດ້ານການ ສຶກສາ ແລະ ຜູ້ນຳທາງດ້ານແນວຄິດ. ຄາດວ່າມີການອ່ານຜົນງານ ຂອງທ່ານຢູ່ຕວກກີຫຼາຍລ້ານຄົນ. ອິດທິພົນຂອງທ່ານຢູ່ນອກຕວກກີກຳລັງເຕີບໂຕຂຶ້ນໃນແຕ່ລະມື້ ຍ້ອນຜົນງານຂອງ ທ່ານໄດ້ຖືກແປ ເປັນຫຼາຍພາສາຄື ພາສາອັງກິດ, ອາຣັບ, ລັດເຊຍ, ເຢຍລະມັນ, ສະເປນ, ເອີດູ: ບອດສເນຍ, ເອລ ບາ ເນຍ, ມາເລເຊຍ ແລະ ອິນໂດເນເຊຍ. ນອກຈາກຜົນງານການພິມແລ້ວ, ແນວຄິດຂອງທ່ານຍັງສາ ມາດເຂົ້າເຖິງ ປະຊາກອນໂລກທີ່ເພີ່ມຂຶ້ນໂດຍຜ່ານ ວິທະຍຸເອກະຊົນ ແລະ ເຄືອຄ່າຍໂທລະພາບທີ່ຮັບ ເອົາທັດສະນະຂອງທ່ານ.
  • ຈຸດຢືນໃນສັງຄົມທີ່ຕ້ານຄວາມຮຸນແຮງ, ການກໍ່ການຮ້າຍ ແລະ ການໂຈມຕີດ້ວຍລະເບີດຂ້າຕົວຕາຍ: ທ່ານຟາທູ ລາກູເລນ ຖືກຮັບຮູ້ວ່າ ເປັນຜູ້ມີຈຸດຢືນທີ່ສອດຄ່ອງໃນການຕ້ານການປະສົມປະສານ ຄວາມຮຸນແຮງ ແລະ ຄວາມຂັດແຍ່ງທາງ ສາສະຫນາ. ໂດຍສະເພາະເຈາະຈົງຍິ່ງກວ່ານັ້ນ,
    • ທ່ານເປັນນັກປັນຍາຊົນຊາວມຸສລິມຄົນທຳອິດທີ່ກ່າວປະນາມການໂຈມຕີ 9/11 (ໃນຫນັງສືພິມ ວໍຊິງຕັນ ໂພສ)
    • ທ່ານໄດ້ຊ່ວຍເຫຼືອໃນການພິມປຶ້ມການສຶກສາກ່ຽວກັບທັກສະນະດ້ານມຸສລິມຄໍ່ການກໍ່ການຮ້ຍ ແລະ ການ ໂຈມຕີ ດ້ວຍ ການຂ້າຕົວຕາຍ, ກ່າວປະນາມການກະທຳດັ່ງກ່າວ ບົນພື້ນຖານມະນຸດສະທຳ ແລະ ສາສະຫນາ.
    • ທ່ານບໍ່ພຽງແຕ່ສະແດງທັດສະນະເຫຼົ່ານີ້ຕໍ່ບັນດາຜູ້ອ່ານຕາເວັນຕົກເທົ່ານັ້ນ ແຕ່ຍັງສະແດງຄວາມຄິດເຫັນ ໃນ ບັນດາ ສະຖານທີ່ ທາງສາສະຫນາ ເຊິ່ງເປັນບ່ອນເຕົ້າໂຮມຂອງຊາວມຸສລິມຫຼາຍພັນຄົນ.
    • ທ່ານສະແດງການຄັດຄ້ານການໂຈມຕີດ້ວຍການຂ້າຕົວຕາຍນັ້ນຢ່າງເປີດເຜີຍ.
    • ທ່ານໄດ້ໃຫ້ສຳພາດຕໍ່ຫນັງສືພິມຕວກກີ, ຍີ່ປຸ່ນ, ເຄນຢາ ແລະ ອາເມລິກາ ເຊິ່ງຖືເປັນປະເພດການປະນາມ ການໃຊ້ເຫດຜົນ ທາງການເມືອງ, ອຸດົມການ ແລະ ສາສະຫນາ ເພື່ອອ້າງອີງໃຫ້ແກ່ ການກະທຳກໍ່ການ ຮ້າຍ.
    • ທ່ານໄດ້ປາກົດຕົວຕໍ່ລາຍການໂທລະພາບແຫ່ງຊາດຫຼາຍຄັ້ງເຊິ່ງສະແດງການປະນາມບັນດາການກະທຳດັ່ງກ່າວຕໍ່ສາທາລະນະ.
  • ເປັນຜູ້ລິເລີ່ມການສົນທະນາກ່ຽວກັບຄວາມເຊື່ອຖື: ທ່ານ ເຟທູລາ ກູເລນ ໄດ້ຊຸກຍູ້ສົ່ງເສີມການ ສົນ ທະນາກ່ຽວກັບການແລກປ່ຽນ ຄວາມເຊື່ອຖື ແລະ ວັດທະນະທຳມາເປັນເວລາຫຼາຍສິບປີ, ເລີ່ມຕົ້ນ ມາດົນນານກ່ອນໂສກຄະນາດຕະກຳວັນທີ 9/11. ຢູ່ ຕວກກີ, ທ່ານໄດ້ຮັບຄວາມເຊື່ອຖືໃນ ການເປັນຜູ້ສ້າງບັນຍາກາດທີ່ສ້າງສັນໃນບັນດາສາຍພົວພັນລະຫວ່າງປະຊາກອນຊາວມຸສລິມສ່ວນໃຫຍ່ ແລະ ບັນ ດາກຸ່ມສາສະຫນາຍ່ອຍຫຼາກຫຼາຍສາສະຫນາ ເຊັ່ນ ບັນດາຊຸມຊົນ ອໍໂທດອກສ໌ ເກຣັກ, ອໍໂທດອກສ໌ ອາເມລິກາ, ຄາໂທລິກ, ແລະ ຢິວ. ນອກຈາກ ຕວກກີ, ແນວຄວາມຄິດຂອງທ່ານ ໃນການ ສົນທະນາ ກ່ຽວກັບຄວາມເຊື່ອຖື ໄດ້ສ້າງແຮງບັນດານໃຈໃນການສ້າງຕັ້ງອົງການຈັດຕັ້ງຕ່າງໆ ຫຼາຍອົງການຈັດຕັ້ງ ທີ່ກ່ຽວຂ້ອງກັບການສົນທະນາໃນບັນດາຫົວຂໍ້ຄືກັນ ກ່ຽວກັບຄວາມເຂົ້າໃຈຮ່ວມ ກັນ, ການຍອມ ຮັບທີ່ມີເວດທະກຳ, ການຢູ່ຮ່ວມກັນຢ່າງສັນຕິ, ແລະ ການຮ່ວມມື. ຄວາມ ພະຍາ ຍາມຂອງທ່ານໃນ ການສົນທະນາ ແລະ ປອງດອງ ຖືກຮັບຮູ້ຈາກຜູ້ຊົມ ລວມທັງ ມື້ລາງພະສັນທະ ປາປາ ຈອນ ໂພລທີ II ແລະ ການເຊື້ອເຊີນຈາກຫົວຫນ້າ Sephardic Rabbi of ອິສລາແອນ, ກໍ່ຄືບັນດາກອງ ປະຊຸມກັບບັນດາຜູ້ນຳຂອງກຸ່ມສາສະຫນາຄຣິສຕຽນປະເພດຕ່າງໆ.
  • ກ່ຽວກັບການຮ່ວມມືໃນດ້ານສີວິໄລ: ທ່ານ ເຟທູລາ ກູເລນ ສົ່ງເສີມການຮ່ວມມືໃນດ້ານສີວິໄລ ດ້ວຍ ການຕ້ານການປະທະກັນ, ໂດຍຜ່ານການເຈລະຈາ, ຄວາມເຂົ້າໃຈຮ່ວມກັນ ແລະ ການເຕົ້າໂຮມບັນ ດາຄູນຄ່າທີ່ຢູ່ອ້ອມຂ້າງ. ໃນຖານະຜູ້ນຳທາງຄວາມຄິດໃນສັງຄົມ ທ່ານ ສົ່ງເສີມ ຄວາມພະຍາຍາມ ຂອງຊາວ ຕວກກີ ຕໍ່ການເຂົ້າຮ່ວມ ສະຫະພາບເອີລົບ ແລະ ທ່ານກ່າວວ່າ ສາຍພົວພັນນີ້ຈະນຳຜົນ ປະໂຫຍດມາສູ່ທັງສອງຝ່າຍ.
  • ການເນັ້ນຫນັກກ່ຽວກັບມິຕິດ້ານຈິດໃນກ່ຽວກັບຄວາມເຊື່ອຖື: ໃນໄລຍະເບື້ອງຕົ້ນຂອງການສຶກສາ ຂອງທ່ານກ່ຽວກັບວິໄນທາງດ້ານຈິດໃຈ, ທ່ານເຟທູລາ ກູເລນ ຍາມໃດກໍ່ເນັ້ນຫນັກດ້ານຈິດໃຈຂອງ ອິສລາມ (ເຊິ່ງຊາວຕາເວັນຕົກເອີ້ນວ່າ Sufism), ແລະ ການມີທັດສະນະຄະຕິຕໍ່ມວນມະນຸດໃນ ການເນັ້ນຫນັກນີ້. ຍ້ອນການສະແດງອອກຄວາມຮັກ, ຄວາມເມດຕາ ແລະ ຫົວໃຈທີ່ເປີດກວ້າງ ຂອງ ທ່ານ ຕໍ່ທຸກບັນຫາທີ່ກ່ຽວຂ້ອງກັບມະນຸດ, ມີບາງຄັ້ງທ່ານຍັງຖືກເອີ້ນວ່າເປັນ “ຣູມີໃນຍຸກໃຫມ່”. ທ່ານເຄີຍຈາກຂໍຮ້ອງຈາກ Sefik Can, ອາດີດອາຈານໃຫຍ່ຂອງອິສລາມ, ທາຍາດຂອງ ຣູມິ ແລະ ນັກຂຽນ, ໃຫ້ຂຽນຄຳນຳໃສ່ໃນປຶ້ມ ຊີວິດ ແລະ ຄຳສອນຂອງ ຣູມິ. ທ່ານ ເຟທູລາ ກູເລນ ເປັນ ຜູ້ຂຽນປື້ມສອງເຫຼັ້ມກ່ຽວກັບ ຄວາມເປັນອິສລາມເຊິ່ງຖືກນຳໃຊ້ເປັນປຶ້ມສອນໃນຫຼັກສູດຕ່າງໆ ຂອງ ມະຫາວິທະຍາໄລ ກ່ຽວກັບັບນດາຮີດຄອງທາງດ້ານຈິດໃຈໃນໂລກ.
  • ວິທະຍາສາດ ແລະ ຄວາມເຊື່ອຖືກ່ຽວກັບຄວາມປອງດອງ: ທ່ານ ເຟທູລາ ກູເລນ ເຫັນວ່າ ວິທະຍາ ສາດ ແລະ ຄວາມເຊື່ອຖືບໍ່ພຽງແຕ່ເປັນສິ່ງທີ່ສາມາດເຂົ້າກັນໄດ້ ແຕ່ຍັງເປັນອົງປະກອບຂອງກັນ ແລະ ກັນ. ດັ່ງນັ້ນ ທ່ານຈື່ງຊຸກຍູ້ການຄົ້ນຄວ້າວິທະຍາສາດ ແລະ ຄວາມກ້າວຫນ້າດ້ານເຕັກໂນໂລຊີເພື່ອ ຜົນປະໂຫຍດຂອງມວນມະນຸດທຸກຄົນ.
  • ມິຕິດ້ານສະຕິປັນຍາ: ທ່ານຍັງເປັນທີ່ຮູ້ຈັກດີໃນບັນດານັກຄິດແຖວຫນ້າກ່ຽວກັບບັນດາຮີດຄອງປະ ເພນີຂອງຊາວຕາເວັນຕົກ ແລະ ສາມາດສົນທະນາກັບພວກເຂົາໄດ້ຢ່າງສະດວກສະບາຍໂດຍຜ່ານການ ຂຽນ ແລະ ຫົວຂໍ້ຕ່າງໆທີ່ກ່ຽວຂ້ອງ.
  • ການສະຫນັບສະຫນູນປະຊາທິປະໄຕ: ທ່ານ ເຟທູລາ ກູເລນ ຖືວ່າ ປະຊາທິປະໄຕ ເປັນລະບົບການ ປົກຄອງດ້ານການເມືອງດຽວເທົ່ານັ້ນ. ທ່ານປະນາມການຫັນເອົາສາສະຫນາ ເປັນອຸດົມການທາງການ ເມືອງ, ໃນຂະນະດຽວກັນ ກໍ່ຊຸກຍູ້ບັນດາຄົນໃຫ້ໄດ້ຮັບ ແລະ ມີສ່ວນຮ່ວມໃນຊີວິດການເມືອງຂອງ ປະເທດຕົນ. ທ່ານຍັງຢ້ຳກ່ຽວກັບການປັບປ່ຽນຜ່ອນຜັນບັນດາຫຼັກການອິສລາມທີ່ກ່ຽວຂ້ອງກັບ ການ ຄູ້ມຄອງບໍລິຫານ ແລະ ຄວາມປະສົມກົມກຽວກັບ ປະຊາທິປະໄຕຢ່າງແທ້ຈິງ.
  • ວິທີແກ້ໄຂບັນຫາສັງຄົມຈາກພື້ນຖານສາເຫດ: ລັກສະນະທີ່ໂດດເດັ່ນທີ່ສຸດໃນຊີວິດຂອງທ່ານ ເຟທູ ລາ ກູເລນແມ່ນຄວາມຈິງທີ່ວ່າ ທັດສະນະ ແລະ ຄວາມຄິດຂອງທ່ານບໍ່ພຽງແຕ່ມີຄວາມອ່ອນໂຍນ ເທົ່ານັ້ນແຕ່ຍັງືຖກສາກົນຮັບຮູ້ເປັນບັນດາໂຄງການທີ່ມີຄຸນຄ່າ. ອີງຕາມການຕີລາບາງຢ່າງ, ບັນດາອົງ ການຈັດຕັ້ງດ້ານການສຶກສາຫຼາຍຮ້ອຍອົງການ ເຊັ່ນ ບັນດາໂຮງຮຽນ ອະນຸບານ – 12, ມະຫາວິທະ ຍາໄລ, ແລະ ໂຮງຮຽນພາສາ ໄດ້ຖືກສ້າງຕັ້ງຂຶ້ນໃນທົ່ວໂລກ ໂດຍແຮງບັນດານໃຈຈາກທ່ານ ເຟທູລາ ກູເລນ ແລະ ໄດ້ຮັບການສະຫນັບສະຫນູນໂດຍຜູ້ປະກອບການວິສາຫະກິດພາຍໃນປະເທດ, ຜູ້ໃຫ້ ການສຶກສາທີ່ຍຶດຫຼັການເປັນຜູ້ໃຫ້ ແລະ ເປັນພໍ່ແມ່ທີ່ອຸທິດຕົນ. ບັນດາຕົວຢ່າງທີ່ພົ້ນເດັ່ນຂອງ ໂຮງ ຮຽນຕ່າງໆລວມມີ ບັນດາໂຮງຮຽຢູ່ຕາເວັນອອກສຽງໃຕ້ຂອງຕວກກີ, ອາຊີກາງ, ຫຼາຍປະເທດໃນອາ ຟຣິກາ, ຕາເວັນອອກໄກ ແລະ ເອີລົບຕາເວັນອອກ ບໍ່ວ່າຈະຢູ່ສະຖານທີ່ໃດ, ບັນດາໂຮງຮຽນເຫຼົ່ານີ້ ລ້ວນແລ້ວແຕ່ເປັນສັນຍາລັກຂອງຄວາມເຊື່ອຖືທີ່ປອງດອງ ແລະ ສາຍພົວພັນວັດທະນະທຳຕ່າງໆ, ການເຕົ້າໂຮມຄວາມເຊື່ອຖື ແລະ ເຫດຜົນທີ່ປະສົບຜົນສຳເລັດ, ແລະ ການອຸທິດຕົນເພື່ອຮັບໃຊ້ມວນ ມະນຸດ. ໂດຍສະເພາະແມ່ນຢູ່ບັນດາຂົງເຂດທີ່ເກີດມີຄວາມຂັດແຍ່ງ ເຊັ່ນ ຟິລິບປິນ, ຕວກກີຕາເວັນ ອອກສຽງໃຕ້ ແລະ ອັຟການິສຖານ, ບັນດາສະຖາບັນເຫຼົ່ານີ້ໄດ້ປະກອບສ່ວນຊ່ວຍຫລຸດຜ່ອນຄວາມ ທຸກຍາກ ແລະ ເພີ່ມໂອກາດທາງດ້ານການສຶກສາ, ເຊິ່ງເຮັດໃຫ້ຫລຸດຜ່ອນ ການປາກົດຕົວຂອງກຸ່ມກໍ່ ການຮ້າຍ ກັບບັນດາແຜນການຂອງກຸ່ມຄົນສະເພາະໃດຫນຶ່ງ ທີ່ກຳລັງດຳເນີນການໃນບັນດາປະເທດ ເຫຼົ່ານີ້. ນອກຈາກການປະກອບສ່ວນໃນການສ້າງຄວາມປອງດອງໃນສັງຄົມ, ບັນດາໂຮງຮຽນເຫຼົ່ານີ້ ຍັງຜະລິດບັນດາຜູ້ຊະນະເລີດໃນການແຂ່ງຂັນວິທະຍາສາດ ແລະ ເລກສາກົນ.
  • ບັນດາໂຄງການເພື່ອສັງຄົມ:  ບັນດາໂຄງການເພື່ອຜົນປະໂຫຍດຂອງຜູ້ອື່ນທີ່ໄດ້ຮັບແຮງບັນດານໃຈ ຈາກ ຄວາມຄິດ ແລະ ການຊຸກຍູ້ຂອງທ່ານ ເຟທູລາ ກູເລນ ລວມມີ ບັນດາອົງການບັນເທົາທຸກ, ອົງການຈັດຕັ້ງການພັດທະນາແບບຍືນຍົງ, ອົງການສື່ມວນຊົນ, ບັນດາສະມາຄົມວິຊາຊີບ, ແລະ ສະຖາບັນການແພດ.

Share:

More Posts

Send Us A Message